13 ต.ค. 2019 เวลา 05:40
ເລື່ອງເສົາກັນຊ້າງ
ຄວາມຫມາຍດີໆ ອ່ານໃຫ້ຈົບຈະເຂົ້າໃຈເອງ.
ເລື່ອງມີຢູ່ວ່າ : ສະໄຫມກ່ອນ ມີທຳນຽມວ່າເວລາຄວານຊ້າງຈະພາຊ້າງໄປສະແດງໂຊ ເຂົາຈະເອົາເສົາເຫລັກນ້ອຍໆໄປເສົາຫນື່ງ ໃນເມື່ອທີ່ເຂົາຢາກໃຫ້ຊ້າງຢູ່ໃນບໍລິເວນໃດຫນື່ງ ຄວານຊ້າງຈະປັກເສົານ້ອຍໆລົງພື້ນດີນແລ້ວເອົາໂສ້ມາລ້າມຂາຊ້າງໄວ້
ທີ່ແປກໃຈທີ່ສຸດກໍ່ຄື ຊ້າງຜູ້ນ່າສົງສານຈະບໍ່ຫນີໄປໃສເລີຍ ບໍ່ວ່າ ມັນຈະຫີວ ມັນຈະຫງຸດຫງີດ ເກີດອາລົມທາງເພດ ແລະ ອື່ນໆ ມັນກໍ່ຈະບໍ່ຫນີ ອອກຈາກບໍລິເວນເສົາ ແລະ ໂສ້ລ້າມຢູ່ ທັງໆ ທີ່ຊ້າງມີພະລັງອັນມະຫາສານ ພຽງແຕ່ມັນຍ່າງໄປຈົນໂສ້ເຄັ່ງແລ້ວກະຕຸກຄ່ອຍໆບາດດຽວເສົາກໍ່ຈະຫລຸດອອກຈາກພື້ນແລ້ວ
ຖາມວ່າເປັນຫຍັງມັນຈື່ງບໍ່ເຮັດແບບນັ້ນ
ທີ່ຊ້າງເປັນແບບນັ້ນກໍ່ຍ້ອນວ່າຕອນທີ່ຊ້າງເກີດມາໃຫມ່ໆ ມັນເຄີຍຖືກລ້າມໄວ້ກັບເສົາ ເສົາດຽວກັນນີ້ມາແລ້ວ ແລະ ບໍ່ວ່າມັນຈະພະຍາຍາມດືງເສົາໃຫ້ຫລຸດແຕ່ມັນດືງຈົນສຸດແຮງເທົ່າໃດເທື່ອເສົາກໍ່ບໍ່ຫລຸດ ເນື່ອງຈາກຕອນຍັງນ້ອຍມັນຍັງບໍ່ມີພະລະກຳລັງຫລາຍພຽງພໍ
ເມື່ອມັນໃຫຍ່ຂື້ນມາ ມັນກໍ່ເຊື່ອສະເໝີວ່າ #ເສົານີ້ເປັນເສົາທີ່ບໍ່ມີວັນຫລຸດ ຈາກນັ້ນບໍ່ວ່າມັນຈະຕົວໃຫຍ່ຂຶ້ນມາປານໃດ ແລະ ຢາກຫນີປານໃດ ມັນກໍ່ບໍ່ພະຍາຍາມລອງດືງເສົາອີກເລີຍ
ເຮົາອາດຈະຄິດວ່າ #ເປັນຫຍັງຊ້າງຄືໂງ່ຈັ່ງຊີ້ ມັນບໍ່ຮູ້ເລີຍວ່າຕົວມັນໃຫຍ່ກວ່າເກົ່າເປັນສີບເທົ່າແລ້ວ ພຽງແຕ່ລອງດືງອີກສັກຄັ້ງ ມັນກໍ່ຈະເປັນອິດສະຫລະແລ້ວ
ຢ່າຟ້າວໄປວ່າໃຫ້ຊ້າງເລີຍ.... ລອງຖາມຕົວເອງເບີ່ງກ່ອນວ່າ ຕົວເຮົາເດ່ ເຄີຍຄິດແບບນີ້ບໍ່
"ຂ້ອຍບໍ່ຫນ້າຈະລວຍໄດ້ຄືຄົນອື່ນ"
"ເຮົາບໍ່ຫນ້າເຮັດໃຫ້ມັນສຳເລັດໄດ້"
"ເກີດມາໄດ້ສ່ຳນີ້ລະ"
"ດວງເຮົາມັນບໍ່ເຖີງ"
"ໃຫ້ເລີ່ມໃຫມ່ຄົງຈະບໍ່ກ້າ"
"ໃຫ້ໄປໄກກວ່ານີ້ຄືສິບໍ່ໄຫວ"
ແລະ ອື່ນໆ
ຖ້າເຈົ້າເຄີຍຄິດ ແລ້ວເຈົ້າເຊື່ອໃນຄຳເວົ້າເຫລົ່ານີ້ ເຈົ້າກໍ່ບໍ່ຕ່າງຫຍັງກັບຊ້າງຕົວນັ້ນ....
ຂໍ້ມູນດີໆຈາກປື້ມ : ສະຫມອງເສດຖີ
โฆษณา