Blockdit Logo
Blockdit Logo (Mobile)
สำรวจ
ลงทุน
คำถาม
เข้าสู่ระบบ
มีบัญชีอยู่แล้ว?
เข้าสู่ระบบ
หรือ
ลงทะเบียน
ຢາກບອກຕໍ່ - Yark Bork Tor
•
ติดตาม
13 ม.ค. 2020 เวลา 07:34 • ข่าว
ກອງທັບຕວກກີເລີ່ມປະຕິບັດການໂຈມຕີຢູ່ເຊດຊາຍແດນຊີຣີ-ອີຣັກ
ວັນທີ 8 ຕຸລານີ້ ກອງທັບຕວກກີ ໄດ້ເລີ່ມປະຕິບັດການໂຈມຕີຢູ່ໃນເຂດຊາຍແດນ ຊີຣີ-ອີຣັກ ເພື່ອສະກັດກັ້ນກອງກຳລັງຊາວເຄີດ ທີ່ໃຊ້ເສັ້ນທາງນີ້ ເພື່ອປັບປຸງເຂດທາງທິດຕາເວັນອອກສ່ຽງເໜືອຊີຣີ ກ່ອນທີ່ຕວກກີຈະກະກຽມດຳເນີນການໂຈມຕີຂະໜາດໃຫຍ່ ເຂົ້າໃສ່ເຂດຂອງຊາວເຄີດ ຫຼັງຈາກທີ່ ສ ອາເມຣິກາ ຖອນທະຫານອອກໄປຢ່າງບໍ່ຄາດຝັນ.
ຕວກກີ ໃຫ້ຮູ້ວ່າ ກອງທັບຂອງຕົນມີຄວາມພ້ອມແລ້ວ ໃນການໂຈມຕີເຂົ້າເຂດທິດຕາເວັນອອກສ່ຽງເໜືອຊີຣີ ຫຼັງຈາກທີ່ ສ ອາເມຣິກາ ເລີ່ມຖອນທະຫານອອກຈາກເຂດຊາຍແດນ ຕວກກີ-ຊີຣີ. ການຕົກລົງຖອນທະຫານຂອງ ສ ອາເມຣິການັ້ນ ຖືວ່າເປັນການປ່ອຍປະພັນທະມິດ ແລະ ເຮັດໃຫ້ປະທານາທິບໍດີ ສ ອາເມຣິກາ ໂດນາລ ທຣຳ ຖືກຕິຕຽນຈາກຫຼາຍຝ່າຍ.
ໃນຂະນະດຽວກັນ ສື່ສານໃນເຂດຕາເວັນອອກກາງ ລາຍງານອ້າງຕາມຄຳຖະແຫຼງຂອງທ່ານ ບາດຣັນ ເຈຍ ເຄີດ ຊຶ່ງເປັນເຈົ້າໜ້າທີ່ອາວຸໂສຂອງຊາວເຄີດ ໃຫ້ຮູ້ວ່າ ບັນດາກອງກຳລັງຂອງຊາວ ເຄີດ ທີ່ພວມຄວບຄຸມເຂດພາກເໜືອຊີຣີ ອາດຈະດຳເນີນການເຈລະຈາກັບທາງການຊີຣີ ແລະ ຣັດເຊຍ ຫຼັງຈາກທີ່ ສ ອາເມຣິກາ ປະກາດຖອນທະຫານອອກໄປຈາກເຂດທີ່ຕວກກີ ອາດຈະເປີດບັ້ນຮົບແນໃສ່ບັນດານັກຮົບຊາວເຄີດ ທີ່ຂຶ້ນກັບບັນດາກົມກອງ ປ້ອງກັນປະຊາຊົນ
บันทึก
9
2
9
2
โฆษณา
ดาวน์โหลดแอปพลิเคชัน
© 2025 Blockdit
เกี่ยวกับ
ช่วยเหลือ
คำถามที่พบบ่อย
นโยบายการโฆษณาและบูสต์โพสต์
นโยบายความเป็นส่วนตัว
แนวทางการใช้แบรนด์ Blockdit
Blockdit เพื่อธุรกิจ
ไทย