13 ม.ค. 2020 เวลา 23:48 • การศึกษา
9 ວິທີຮຽນເກັ່ງ
ການຮຽນການສຶກສານັ້ນ ແມ່ນເປັນສິ່ງທີ່ສຳຄັນກັບຊີວິດຂອງເຮົາຫຼາຍ ແຕ່ການຮຽນສຳລັບໃຜຫຼາຍໆຄົນນັ້ນເປັນເລື່ອງທີ່ຍາກ ຈົນເຮັດໃຫ້ບໍ່ຢາກຮຽນ ສະນັ້ນຂ້ອຍມີ 9 ວິທີຮຽນໃຫ້ເກັ່ງມາຝາກກັນ
1 ຮຽນໜັງສືເພື່ອໃຜ
ການຮຽນໜັງສືແມ່ນຮຽນເພື່ອຕົນເອງ,ເພື່ອພໍ່ແມ່,ເພື່ອທີ່ຈະຊ່ວຍເຫືຼອປະເທດຊາດ ຄົນທີ່ຄິດເຮັດເພື່ອຕົນເອງ ແລະ ຜູ້ອື່ນນັ້ນແມ່ນຈະມີພະລັງໃນການເຮັດສິ່ງນັ້ນຫຼາຍ ເພາະສະນັ້ນເຮົາມາເລີ່ມຕັ້ງໃຈຮຽນເພື່ອຕົນເອງ,ຄອບຄົວ,ບ້ານເມືອງກັນເທາະ
2 ເຈົ້າຂາດຫຍັງຈຶ່ງຮຽນບໍ່ເກັ່ງ
ຖ້າເຈົ້າຮຽນບໍ່ເກັ່ງເປັນຍ້ອນເຈົ້າຂາດສິ່ງນັ້ນສິ່ງນີ້ ຂ້ອຍວ່າມັນເປັນຂໍ້ແກ້ໂຕທັ້ງນັ້ນແຫລະ ຖ້າເຈົ້າຈະລໍຖ້າຄວາມພ້ອມໃຫ້ມີຄົບທຸກຢ່າງທີ່ເຈົ້າຕ້ອງການຈຶ່ງຮຽນຂ້ອຍວ່າເຈົ້າຄິດຜິດແລ້ວ ບໍ່ວ່າເຮົາຈະຂາດສິ່ງໃດກໍ່ຕາມຫາກເຮົາມີຄວາມພະຍາຍາມ ໃຫ້ຫຼາຍທີ່ສຸດເທົ່າທີ່ເຮົາຈະເຮັດໄດ້ ກໍ່ຈະເຮັດໃຫ້ເຮົາຮຽນເກັ່ງກວ່າເກົ່າແນ່ນອນ
3 ບໍ່ຕ້ອງເລື່ອນເວລາ,ມື້ນັ້ນ,ມື້ນີ້
ສິ່ງທີ່ເປັນອຸປະສັກໃນການເຮັດສິ່ງໃດສິ່ງໜຶ່ງແມ່ນການເລື່ອນເວລາ ບໍ່ເລີ່ມຕົ້ນຈັກເທື່ອ ຢ່າລືມວ່າເວລາບໍ່ລໍຖ້າໃຜ ບໍ່ມີໃຜຈະສາມາດຢຸດເວລາໄດ້ ເມື່ອເຮົາຢູ່ໃນໄວຮຽນເວລານັ້ນເປັນສິ່ງທີ່ສຳຄັນ ຫຼາຍຄົນອາດຮຽນບໍ່ເກັ່ງເພາະບໍ່ເລີ່ມອ່ານໜັງສືຈັກເທື່ອ ຖ້າສິ່ງນັ້ນສິ່ງນີ້ ບາງຄົນໄດ້ວຽກບ້ານມາ ເວົ້າວ່າໃກ້ສິຮອດມື້ຈັ່ງເຮັດ ເມື່ອເຖິງມື້ສົ່ງຊໍ່າພັດເຮັດບໍ່ທັນເພາະບົດຮຽນທີ່ຮຽນມາລືມໝົດເພາະຫຼາຍມື້ແລ້ວ ບາງຄົນຖ້າໃກ້ສິຮຽນຈົບກ່ອນຈັ່ງຄ່ອຍຮຽນ ຂ້ອຍວ່າພວກເຈົ້າຄິດຜິດແລ້ວ ເພາະສະນັ້ນຢ່າລໍຖ້າເວລາທີ່ເໝາະສົມ ຢ່າປ່ອຍເວລາໃຫ້ເສຍໄປວັນໆ ເພາະທຸກວິນາທີມີຄ່າສະເໝີ.
4 ຫຼີ້ນກັບໝູ່ທີ່ຮຽນເກັ່ງ
ຄົບຄົນດີມີສີແກ່ຕົວ ຄົບຄົນຊົ່ວພາຕົວໝົ່ນໝອງ ຖ້າເຮົາຫູີ້ນກັບຄົນທີ່ຮຽນບໍ່ເກັ່ງ,ຄົນທີ່ມັກໄປຫຼີ້ນໄປທ່ຽວ ອີກບໍ່ດົນຂ້ອຍເຊື່ອວ່າເຈົ້າຈະກາຍເປັນຄືພວກເຂົາ ເພາະເຈົ້າໄດ້ຢູ່ກັບສິ່ງໃດດົນໆ ເຈົ້າຈະກາຍເປັນສິ່ງນັ້ນ ເພາະສະນັ້ນຈຶ່ງຄົບກັບໝູ່ທີ່ດີ ຮຽນເກັ່ງ ແລ້ວເຈົ້າຈະເກັ່ງຕາມ
5 ຄວາມດຸໝັ່ນເທົ່ານັ້ນທີ່ຈະເຮັດໃຫ້ຮຽນເກັ່ງ
ການທີ່ເຮົາດຸໝັ່ນໃນການຮຽນມັນບໍ່ໄດ້ເສຍເວລາຫຍັງເລີຍ ບໍ່ໄດ້ຫຼາຍກະໄດ້ໜ້ອຍ ຍັງດີກວ່ານັ່ງຢູ່ລ້າໆຫັນໃຈຖິ້ມໄປວັນໆ ເພາະສະນັ້ນຖ້າຢາກຮຽນເກັ່ງ ຕ້ອງດຸໝັ່ນອ່ານໜັງສືເລື້ອຍໆ ດຸໝັ້ນແກ້ບົດຝຶກຫັດ ດຸໝັ່ນຖາມໝູ່ ຖາມອາຈານ ແລ້ວເຈົ້າຈະກາຍເປັນນັກຮຽນເກັ່ງແນ່ນອນ
6 ຈົດບັນທຶກແນ່
ເມື່ອເຮົາຮຽນໜັງສືແນ່ນອນເຮົາບໍ່ສາມາດທີ່ຈະຈື່ໄດ້ໝົດທຸກຢ່າງ ເຮົາກໍ່ຕ້ອງໄດ້ຈົດບັນທຶກພ້ອມເພື່ອທີ່ຈະເປັນຊ່ອງທາງໜຶ່ງທີ່ຈະຊ່ວຍໃຫ້ເຮົາຮຽນເກັ່ງ ເພາະຖ້າເຮົາລືມກໍ່ພຽງແຕ່ໄປເປີດເບິ່ງສິ່ງທີ່ເຮົາບັນທຶກ ແລະ ອີກຢ່າງໜຶ່ງຖ້າເຮົາໄດ້ຈົດໄດ້ແຕ້ມກໍ່ຈະຊ່ວຍໃຫ້ເຮົາຈື່ນຳ ສະນັ້ນເມື່ອຮຽນໜັງສືຄວນຈະຈົດບັນທຶກໄວ້ນຳ
7 ຖາມໂລດບໍ່ຕ້ອງອາຍ
ວິທີທີ່ງ່າຍໃນການຮຽນເມື່ອເຮົາບໍ່ເຂົ້າໃຈໃນບົດຮຽນກໍ່ຄືການຖາມ ນັກຮຽນນັກສຶກສາສ່ວນຫຼາຍບໍ່ຖາມຍ້ອນຢ້ານອາຍໝູ່ ຢ້ານໝູ່ຄິດວ່າໂຕເອງໂງ່ ຂ້ອຍວ່າເຈົ້າຄິດຜິດ ການທີ່ເຮົາມາຮຽນໜັງສືເສຍເງີນເສຍຄຳເສຍເວລາມາຮຽນບໍ່ແມ່ນວ່າຈະຫວັງເອົາໃບປະກາດຢ່າງດຽວ ທີ່ສຳຄັນທີ່ສຸດເຮົາຕ້ອງຫວັງເອົາຄວາມຮູ້ ເພາະຄວາມຮູ້ສຳຄັນກວ່າໃບປະກາດ
8 ຢ່າຫຼີ້ນໂທລະສັບໃນເວລາຮຽນ
ການຮຽນໃນບ້ານເຮົາສາເຫດໜຶ່ງທີ່ເຮັດໃຫ້ຮຽນບໍ່ເກັ່ງແມ່ນການຫຼີ້ນໂທລະສັບ ເຈົ້າວ່າຂ້ອຍເວົ້າຖືກບໍ່ ? ຂ້ອຍວ່າການຫຼີ້ນໂທລະສັບໃນເວລາຮຽນນັ້ນມັນບໍ່ໄດ້ຫຍັງເລີຍໃດ ຊ້ຳວ່າເຈົ້າເສຍເງີນເສຍເວລາເພື່ອໄປນັ່ງຫຼີ້ນໂທລະສັບໃນຫ້ອງຮຽນເຈົ້າວ່າມັນຄຸ້ມຫວາ ທີ່ພໍ່ແມ່ເສຍເຫື່ອແຮງຫາເງີນສົ່ງໃຫ້ລູກຮຽນ ໜັກໄປກວ່ານັ້ນຄືພໍ່ແມ່ຄິດວ່າລູກມາຮຽນ ແລ້ວຕັ້ງໃຈຮຽນສົມກັບເຫື່ອແຮງຂອງພໍ່ແມ່ຫາເງີນໃຫ້ໃຊ້ ເຈົ້າບໍ່ຄິດອີ່ຕົນພວກເພິ່ນເລີຍຫວາ ທີ່ເພິ່ນຍອມເສຍເຫື່ອເສຍແຮງຫາເງີນໃຫ້ເຮົາໃຊ້ ກໍ່ເພາະວ່າເພິ່ນຢາກໃຫ້ເຮົາມີການສຶກສາທີ່ດີ ມີວຽກເຮັດງານທຳທີ່ດີ ເພາະສະນັ້ນເຮົາມາຕັ້ງໃຈຮຽນບໍ່ຫລີ້ນໂທລະສັບໃນຫ້ອງກັນດີກວ່າ.
9 ຢ່າລົມກັນໃນຫ້ອງ
ນີ້ຄືອີກບັນຫາໜຶ່ງທີ່ພາໃຫ້ເຮົາຮຽນບໍ່ເກັ່ງ ເພາະການລົມກັນໃນຫ້ອງຈະເຮັດໃຫ້ເຮົາບໍ່ເຂົ້າໃຈບົດຮຽນແລ້ວ ຍັງຈະເປັນການລົບກວນໝູ່ເພື່ອນທີ່ເຂົາຕັ້ງໃຈຮຽນອີກ ສະນັ້ນຢ່າລົມກັນໃນຫ້ອງຮຽນ ຕັ້ງໃຈຮຽນ ຕັ້ງໃຈຟັງຄູອາຈານເພິ່ນສອນກັນດີກວ່າ
ນີ້ຄື 9 ວິທີທີ່ຈະຊ່ວຍໃຫ້ເຈົ້າກາຍເປັນຄົນທີ່ຮຽນເກັ່ງໄດ້ແນ່ນອນ ເມືອອ່ານຈົບແລ້ວກໍ່ລອງນຳໄປໃຊ້ໃນຊີວິດຂອງເຈົ້າເບິ່ງ ແລ້ວເຈົ້າຈະຮຽນເກັ່ງ
โฆษณา