13 พ.ค. 2021 เวลา 11:00 • สุขภาพ
Sadness paradox ອາການເສົ້າທີ່ເກີດຍ້ອນຟັງເພງເສົ້າ ຫຼື ເສົ້າທິບ.​
ຫຼາຍຄົນຄົງເຄີຍເປັນ ຟັງເພງເສົ້າ ແລ້ວຄວາມຮູ້ສຶກຂອງເຮົາກໍເສົ້າລົງຕາມເພງ ທັງໆທີ່ກ່ອນໜ້ານີ້ເຮົາບໍ່ໄດ້ເສົ້າ ບໍ່ໄດ້ອົກຫັກ ຊີວິດບໍໍ່ຄ່ອຍໄດ້ມີຫຍັງໃຫ້ເສົ້າ ແຕ່ເຮົາກັບຮູ້ສຶກເສົ້າເມື່ອໄດ້ຟັງເພງເສົ້າ.
ເຄີຍເຫັນໝູ່ຫຼາຍຄົນທີ່ມັກໂພສສເຕຕັສ ແຊຣເພງ ຂໍ້ຄວາມເສົ້າໆຢູ່ຕະຫຼອດ ແຕ່ພໍໄປຖາມວ່າເປັນຫຍັງ ? ອົກຫັກມາຫວາ? ເຂົາເຈົ້າກັບຕອບມາວ່າບໍ່ໄດ້ເປັນຫຍັງ ໂພສຊື່ໆ...
ເພງເສົ້າ ທີ່ຈິງມັນມີອິດທິພົນຕໍ່ອາລົມຂອງຄົນເຮົາຫຼາຍກວ່າທີ່ຄິດ ຄົງເຄີຍເຫັນວ່າເພງເສົ້າຕິດອັນດັບຕົ້ນໆທີ່ມີຄົນຟັງຫຼາຍ ມີຍອດວິວສູງ ແທນທີ່ຈະເປັນເພງທີ່ມີຈັງຫວະດີໆ ມີເນື້ອຫາສົດໃສ ທຳນອງມ່ວນຊື່ນ ຍ້ອນຫຍັງລະ?. ຄົນຫຼາຍຄົນທີ່ຟັງເພງເສົ້າ ອາດຈະມີເລື່ອງເສົ້າໃນຊີວິດ ແຕ່ອີກຫຼາຍຄົນທີ່ບໍ່ໄດ້ເສົ້າ ພຽງແຕ່ໄປຟັງແລ້ວກໍເສົ້າຕາມເພງນັ້ນໆ ແລະເຮັດໃຫ້ຟັງເພງອື່ນໆທີ່ມີຈັງຫວະ ຫຼືເນື້ອຫາທີ່ເສົ້າຄ້າຍໆກັນ ແລ້ວຮູ້ໂຕອີກເທື່ອ ກໍກາຍເປັນຄົນຕິດເພງເສົ້າໄປແລ້ວ.
ອາການແບບນີ້ເອີ້ນວ່າ Sadness paradox ຫຼື ຄວາມເສົ້າທີ່ຍ້ອນແຍ້ງ ຫຼື ທີ່ມັກເອີ້ນກັນວ່າ ອາການເສົ້າທິບ ເຊິ່ງມີຄໍາອະທິບາຍທາງຈິດຕະວິທະຍາວ່າ ເປັນອາການທີ່ເພງເສົ້າເຮັດໃຫ້ເຮົາຮູ້ສຶກເພີດເພີນໂດຍການສ້າງພາບລວງຕາຂອງອາລົມດ້ານລົບ ຫຼື ອາລົມເສົ້ານັ້ນຂຶ້ນມາ ເຖິງວ່າເຮົາບໍ່ໄດ້ເສົ້າ ແຕ່ກໍມ່ວນ ແລະ ເພີດເພີນກັບການຟັງເພງເສົ້າ ລວມເຖິງການເບິ່ງຫນັງເສົ້າໄດ້.
ເຊິ່ງອາການນີ້ເກີດຂຶ້ນໄດ້ກັບທຸກຄົນ ເຫັນໄດ້ຈາກຫຼາຍໆຄົນທີ່ຢູ່ໆກໍເສົ້າໂດຍບໍ່ມີເຫດຜົນ ບໍ່ມີທີ່ມາທີ່ໄປ ຫຼື ກົກປາຍສາຍເຫດທີ່ເຮັດໃຫ້ເສົ້າ ແຕ່ກໍມັກໂພສຄຳຄົມເສົ້າໆ ແຊຣເພງ ເພລລິສເສົ້າໆ ຢູ່ເປັນປະຈຳເທິງໂລກອິນເຕີເນັດ ແຕ່ຖ້າໄປຖາມວ່າເສົ້າເລືື່ອງຫຍັງ ຄໍ່ຕອບທີ່ຈະໄດ້ກໍຄື ບໍ່ໄດ້ເສົ້າຫຍັງ ບໍ່ໄດ້ອົກຫັກ ບໍ່ມີເລື່ອງທຸກໃຈຫຍັງເລີຍ...
ເພງເສົ້າມັນເຮັດໃຫ້ອາລົມເຮົາປ່ຽນແປງໄດ້ປານນີ້ພຸ້ນຫວາ? ແມ່ນແລ້ວ ມັນເຮັດໄດ້ ມັນເຮັດໃຫ້ເຮົາເຂົ້າເຖິງອາລົມຂອງເພງ ຫຼື ເຫດການໃນເພງທີ່ຢາກຈະສື່ອອກມາ ທັງໆທີ່ເຮົາບໍ່ໄດ້ມີປະສົບການຮ່ວມໃດໆເລີຍ. ເຖິງຢ່າງນັ້ນກໍຕາມ ການຟັງເພງເສົ້າຫຼື ການເກີດມີອາລົມເສົ້າ ບໍ່ໄດ້ໝາຍຄວາມວ່າເປັນເລື່ອງທີ່ບໍ່ດີ ແລະ ນີ້ຄືຂໍ້ດີບາງສ່ວນຂອງການຟັງເພງເສົ້່າ:
1. ຊ່ວຍຍ້ອນຄວາມຊົງຈໍາເກົ່າໆ: ເປັນການກະຕຸ້ນຄວາມຊົງຈຳເກົ່າໆ ເຊິ່ງນອກຈາກ ຮູບພາບ ກິ່ນ ແລະ ລົດຊາດແລ້ວ ຍັງມີສຽງ ທີ່ຊ່ວຍໃຫ້ເຮົານຶກຫວນເຖິງຊ່ວງເວລາທີ່ຜ່ານມາດ້ວຍຈັງຫວະ ທຳນອງ ດົນຕຣີ ແລະ ເນື້ອຫາຂອງເພງນັ້ນໆ.
2. ຊ່ວຍລະບາຍອາລົມ: ຄວາມເສົ້າເປັນອາລົມດ້ານລົບທີ່ບໍ່ມີໃຜປາຖະຫນາ ແຕ່ເພງເສົ້າເຮັດໃຫ້ຜູ້ຟັງເກີດອາລົມຮ່ວມ ໂດຍບໍ່ມີຜົນກະທົບກັບຊີວິດຈິງ ຫຼື ຄົນໆນັ້ນບໍ່ຈຳເປັນຕ້ອງປະສົບເຫດການທີ່ເຮັດໃຫ້ເສົ້າໃນຊີວິດຈິງເລີຍກໍໄດ້ ແຕ່ເມື່ອຟັງເພງເສົ້າ ກໍໄດ້ເກີດອາລົມຮ່ວມ ແລະ ເປັນການລະບາຍອາລົມດ້ານລົບນັ້ນອອອກມາຈາກຈິດໃຈ ບາງຄັ້ງກໍຮ້ອງໃຫ້ອອກມາ ແຕ່ຫຼັງຈາກນັ້ນກໍຈະຮູ້ສຶກດີຂຶ້ນທີ່ໄດ້ລະບາຍມັນອອກມາ.
3. ເຮັດໃຫ້ເຫັັນອົກເຫັນໃຈຜູ້ອື່ນຫຼາຍຂຶ້ນ: ເພງເສົ້າໄດ້ແຝງເຫດການທີ່ຫນ້າເສົ້າເສຍໃຈໄວ້ໃນຫຼາຍຮູບແບບ ເຮັດໃຫ້ຜູ້ຟັງພະຍາຍາມເຂົ້າໃຈ ແລະ ໄດ້ຮູ້ສຶກເຖິງຄວາມຮູ້ສຶກຂອງອີກຄົນທີ່ປະສົບຢູ່ຜ່ານເລື່ອງລາວໃນເພງ.
โฆษณา