13 พ.ค. 2021 เวลา 12:05 • สุขภาพ
Ambivert ບຸກຄະລິກກະພາບເຄິ່ງກາງລະຫວ່າງ Extrovert ແລະ Introvert
ທຸກຄົນອາດຈະເຄີຍໄດ້ຍິນຄຳວ່າ Extrovert ແລະ Introvert ເປັນຊື່ເອີ້ນປະເພດບຸກຄະລິກກະພາບຂອງຄົນ.ເຊິ່ງ Extrovert ໝາຍເຖິງບຸກຄົນທີ່ມັກເຂົ້າສັງຄົມ ຊ່າງປາກຊ່າງເວົ້າ ເຂົ້າກັບຄົນງ່າຍ ກ້າສະແດງອອກ ຫຼື ເອີ້ນວ່າເປັນຄົນເປີດເຜີຍ. ສ່ວນປະເພດ Introvert ແມ່ນກົງກັນຂ້າມກັບຄົນປະເພດ Extrovert ເພາະຄົນປະເພດນີ້ມັກຢູ່ຄົນດຽວ,ມັກເຮັດຫຍັງຕ່າງໆຄົນດຽວ,ບໍ່ຄ່ອຍກ້າທີ່ຈະພົບປະຜູ້ຄົນໃຫມ່ໆ ມີໂລກສ່ວນຕົວສູງ ຫຼື ເອີ້ນວ່າ ເປັນຄົນເກັບຕົວ.
ບຸກຄະລິກກະພາບທັງສອງແມ່ນມີຄວາມແຕກຕ່າງກັນສຸດຂົ້ວ.ແຕ່ເຈົ້າເຄີຍສົງໃສບໍ່ວ່າ ເຈົ້າເປັນຄົນປະເພດໃດກັນແທ້?
ໃນເມື່ອເຈົ້າມັກອອກໄປຫຼິ້ນກັບໝູ່ ມັກເຮັດກິດຈະກຳຕ່າງໆ ມັກເຮຮາປາຕີ້ ແຕ່ໃນຂະນະດຽວກັນ ເຈົ້າກໍມັກເກັບຕົວຢູ່ຫ້ອງອ່ານໜັງສືຄົນດຽວ ເຮັດສິ່ງຕ່າງໆຄົນດຽວ.
ເຈົ້າອາດຈະຄິດວ່າເຈົ້າເປັນຄົນປະເພດ Extrovert ແຕ່ບາງຄັ້ງເຈົ້າກັບຄິດວ່າຕົວເອງເປັນຄົນປະເພດ Introvert ແຕ່ຮູ້ບໍ່ວ່າເຈົ້າອາດເປັນຄົນປະເພດ Ambivert ເຊິ່ງເປັນບຸກຄະລິກກະພາບທີ່ຢູ່ເຄິ່ງກາງລະຫວ່າງທັງສອງ, ເຈົ້າອາດບໍ່ແມ່ນພຽງແຕ່ ຄົນເກັບຕົວ ຫຼື ຄົນເປີດເຜີຍ ແຕ່ເຈົ້າອາດເປັນທັງສອງ.
Ambivert ຄືບຸກຄະລິກກະພາບທີ່ເປັນການຜະສົມຜະສານລະຫວ່າງ Extrovert ແລະ Introvert ເຮັດໃຫ້ມີຄວາມສົມດຸນ ບໍ່ອຽງໄປທາງໃດທາງໜຶ່ງ ເຮັດໃຫ້ຄົນປະເພດນີ້ມີຄວາມໄດ້ປຽບຫຼາຍດ້ານ ມີຄວາມສາມາດໃນການປັບຕົວ ແລະ ແກ້ໄຂບັນຫາຕ່າງໆໄດ້ດີກວ່າ ອ່ານຄົນອອກ ແລະ ເຂົ້າໃຈຄວາມຮູູ້ສຶກຂອງຄົນອື່ນດີ.
ຖ້າຕອນນີ້ ເຈົ້າຍັງສັບສົນຢູ່ວ່າເຈົ້າເປັນຄົນປະເພດນີ້ ຫຼື ບໍ່, ຕໍ່ໄປນີ້ຄື 7 ຂໍ້ ທີ່ບົ່ງບອກວ່າເຈົ້າເປັນ Ambivert :
1. ເຈົ້າມັກເຂົ້າສັງຄົມ ແຕ່ເຈົ້າບໍ່ມັກເລີ່ມບົດສົນທະນາ: ໃນເວລາທີ່ເຈົ້າໄປ ພົບປະຜູ້ຄົນ ຫຼື ຮ່ວມງານກິດຈະກຳຕ່າງໆ ເຈົ້າບໍ່ມັກເປັນຄົນເລີ່ມຕົ້ນບົດສົນທະນາກັບໃຜກ່ອນ ບໍ່ມັກຊວນລົມ ຫຼື ບໍ່ໄດ້ໄປເພື່ອຫາໝູ່ໃໝ່, ເຈົ້າຮູ້ສຶກດີຫຼາຍກວ່າເມື່ອມີຄົນເຂົ້າມາທຳຄວາມຮູ້ຈັກ ແລະ ເລີ່ມບົດສົນທະນາກັບເຈົ້າ.
2. ການຢູ່ຄົນດຽວເປັນເວລາດົນ ຫຼື ການໃຊ້ເວລາກັບຄົນອື່ນເປັນເວລາດົນ ເຮັດໃຫ້ເຈົ້າເມື່ອຍ: ເຈົ້າສາມາດຢູ່ຄົນດຽວໄດ້ ແຕ່ການໃຊ້ເວລາຢູ່ຄົນດຽວຫຼາຍເກີນໄປເຮັດໃຫ້ເຈົ້າຮູ້ສຶກເບື່ອໄດ້ ແລະ ການເຂົ້າສັງຄົນກໍເຊັ່ນດຽວກັນ ເຈົ້າຈະຮູ້ສຶກເມື່ອຍທີ່ຈະຕ້ອງອອກໄປເຮັດຫຍັງຕ່າງໆຫຼືພົບປະກັບຜູ້ຄົນຈຳນວນຫຼາຍຢູ່ຕະຫຼອດ.
3. ເຈົ້າມັກການສົນທະນາກັບຫຼາຍໆຄົນ ແຕ່ເຈົ້າຮູ້ສຶກດີກັບຄວາມງຽບ: ເຈົ້າຈະຮູ້ສຶກດີທີ່ໄດ້ພົບປະໂອ້ລົມກັນໝູ່ຄູ່ຫຼາຍໆຄົນ ແຕ່ຄວາມງຽບກໍເປັນສິ່ງໜຶ່ງທີ່ເຮັດໃຫ້ເຈົ້າຮູ້ສຶກດີ ແລະ ສະຫງົບ.
4. ບໍ່ວ່າເຈົ້າຈະເຮັດວຽກເປັນທີມ ຫຼື ເຮັດຄົນດຽວ ເຈົ້າກໍສາມາດເຮັດດີ: ມັນບໍ່ເປັນບັນຫາເລີຍທີ່ເຈົ້າຈະຕ້ອງເຮັດວຽກຄົນດຽວ ຫຼື ເຮັດເປັນທີມ ເຈົ້າຈະສາມາດເຮັດມັນໄດ້ເຕັມທີ່ ແລະ ມີປະສິດທິພາບຄືກັນ.
5. ເຈົ້າມີຫມູ່ຫຼາຍຄົນ ແຕ່ຈະມີໝູ່ສະໜິດພຽງຈຳນວນໜຶ່ງ: ເຈົ້າຈະເປັນຄົນທີ່ມີໝູ່ຫຼາຍ ແຕ່ອາດມີໝູ່ສະໜິດພຽງໜ້ອຍດຽວທີ່ເຈົ້າເຊື່ອໃຈ ບາງຄັ້ງເຈົ້າກໍມີຄວາມສຸກໃນການໄປປາຕີ້ສັງສັນກັບໝູ່ຫຼາຍໆຄົນ ແຕ່ບາງຄັ້ງການນັ່ງດື່ມກາເຟຄົນດຽວຫຼືກັບໝູ່ສະໜິດຈັກຄົນໜຶ່ງມັນກໍເຮັດໃຫ້ເຈົ້າມີຄວາມສຸກພໍໆກັນ.
6. ເຈົ້າສາມາດປັບຕົວໄດ້ດີ:ເຈົ້າແຮັບປີ້ ສະໜຸກສະໜານ ຫຼື ມີຄວາມສຸກໄດ້ທຸກສະຖານະການ ບໍ່ວ່າເຈົ້າຈະຢູ່ຄົນດຽວເຈົ້າກໍມີຄວາມສຸກ ຫຼື ເວລາທີ່ໄປພົບປະຜູ້ຄົນໃນສັງຄົນເຈົ້າກໍປັບຕົວໄດ້ດີ.
7. ເຈົ້າກ້າສະແດງອອກແຕ່ກໍບໍ່ສະເໝີໄປ: ເຈົ້າມີຄວາມກ້າ ແຕ່ຄວາມກ້າຂອງເຈົ້າຈະບໍ່ເທົ່າກັບຄົນທີ່ເປັນ Extrovert , ເຈົ້າກ້າທີ່ຈະເວົ້າຫຼືສະແດງຕໍ່ຫນ້າຄົນໃນກຸ່ມນ້ອຍໆໄດ້ ແຕ່ຖ້າຄົນຫຼາຍເກີນໄປເຈົ້າກໍຈະຮູ້ສຶກກັງວົນ ແລະ ສູນເສຍຄວາມໝັ້ນໃຈໄດ້.
ອ່ານມາຮອດນີ້ ຮູ້ໂຕແລ້ວບໍ່ວ່າເປັນ Ambivert ຫຼືບໍ່? ບໍ່ວ່າເຈົ້າຈະເປັນຄົນບຸກຄະລິກກະພາບແບບໃດມັນບໍ່ສໍາຄັນ ທຸກຄົນຄືແມ່ນລ້ວນມີຄວາມແຕກຕ່າງ ເຈົ້າຄວນທີ່ຈະເປັນໂຕເອງ ບໍ່ຈຳເປັນຕ້ອງປ່ຽນໂຕເອງໃຫ້ເປັນຄືຄົນອື່ນ ພຽງແຕ່ເຈົ້າຕ້ອງເປັນໂຕເອງໃນແບບທີ່ດີທີ່ສຸດກໍພໍ.
โฆษณา