14 พ.ค. 2021 เวลา 00:29 • สุขภาพ
Eating disorder ພຶດຕິກໍາການກິນທີ່ຜິດປົກກະຕິ ຫຼື ເສບຕິດຄວາມຜອມ
ດ້ວຍຄ່ານິຍົມຄວາມງາມໃນປັດຈຸບັນ ທີ່ເຮັດໃຫ້ຫຼາຍຄົນຍຶດຕິດຄວາມຄິດທີ່ວ່າ ຜູ້ຍິງງາມ ຕ້ອງຜອມ ບໍ່ວ່າຈະເຫັນຢູ່ໃສກໍແລ້ວແຕ່ ເນັດໄອດອລຄົນໃດກໍມີແຕ່ຄົນຜອມ ຮຸ່ນດີ ເຮັດໃຫ້ຜູ້ຍິງທຳມະດາຫຼາຍຄົນສູນເສຍຄວາມໝັ້ນໃຈໃນຕົວເອງ ຈົນກາຍເປັນວ່າຊິກິນຫຍັງກໍຕ້ອງຢ້ານອ້ວນສັງຄົມປັດຈຸບັນ ຄິດວ່າມັນເປັນເລື່ອງປົກກະຕິໄປແລ້ວທີ່ເວລາຜູ້ຍິງຈະກິນຫຍັງກໍຕ້ອງຢ້ານອ້ວນ ແຕ່ຖ້າມັນເປັນໜັກເກີນໄປຈົນເຖິງກັບວ່າເຈົ້າຄິດຫຼາຍເລື່ອງຮູບຮ່າງຂອງເຈົ້າ ຄອຍປຽບທຽບຕົວເອງກັບຄົນອື່ນ ໂດຍສະເພາະປຽບທຽບກັນນາງແບບຜູ້ຮຸ່ນດີໆ ງາມໆ ທີ່ເຈົ້າເຫັນທຸກມື້ເທິງສື່ຕ່າງໆ ປຽບທຽບກັບຄົນທີ່ເຈົ້າແທບຈະບໍ່ຮູ້ຈັກ ຈົນນຳໄປສູ່ການເກີດໂລກທີ່ເອີ້ນວ່າ Eating disorder.​
ໂລກ Eating disorder ເປັນໂລກກ່ຽວກັບການຮັບປະທານອາຫານທີ່ຜິດປົກກະຕິ ເຊິ່ງເປັນຜົນມາຈາກຄວາມຜິດປົກກະຕິທາງດ້ານອາລົມ ແລະ ທັດສະນະຄະຕິກ່ຽວກັບຮູບຮ່າງ,ນຳ້ຫນັກສົ່ງຜົນໃຫ້ເກີດມີຄວາມປ່ຽນແປງທາງດ້ານພຶດຕິກຳການກິນ ແຕກຕ່າງໄປຈາກຄົນປົກກກະຕິ ຢ່າງຮຸນແຮງ ນຳໄປສູ່ການເກີດພາວະແຊກຊ້ອນຕ່າງໆ ທາງດ້ານຮ່າງກາຍ ແລະ ຈິດໃຈ ຫຼາຍຢ່າງເຊິ່ງຮ້າຍແຮງເຖິງຂັ້ນເສຍຊິວິດໄດ້.ໂລກນີ້ພົບຫຼາຍໃນຜູ້ຍິງໂດຍສະເພາະຜູ້ທີ່ເຮັດວຽກດ້ານແຟຊັນ ນັກສະແດງ ນາງແບບ ຫຼື ໄວລຸ້ນທີ່ເຄີຍຍຖືກບູລີ້ ດ້ານຮູບຮ່າງໜ້າຕາມາກ່ອນ.
ໂດຍໂລກນີ້ຈໍາແນກເປັນ 3 ປະເພດຄື :
1. Anorexia nervosa ເປັນປະເພດທີ່ເຮັດໃຫ້ກິນອາຫານໜ້ອຍຜິດປົກກະຕິບໍ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍເນື່ອງຈາກເຂົ້າໃຈວ່າການກິນຫຼາຍເຮັດໃຫ້ອ້ວນ ຈຶ່ງຫຼີກລ່ຽງທີ່ຈະກິນເພາະບໍ່ຢາກໃຫ້ນຳໜັກເພີ່ມຂຶ້ນເຊິ່ງເປັນອາການຢ້ານຄວາມອ້ວນຢ່າງຮຸນແຮງຈົນສູນເສຍຄວາມໜັ້ນໃຈໃນຕົນເອງ ຄອຍປຽບທຽບຮູບຮ່າງຕົນເອງກັນຄົນອື່ນ ຄິດວ່າຕົນເອງດີບໍ່ພໍຢູ່ສະເໜີ ແລະ ມັກຈະໝົກໝຸ້ນເມື່ອມີຄົນມາທັກເລື່ອງຮູບຮ່າງຂອງຕົນເອງ.
2. Bing-Eating ເປັນອາການທີ່ເຮັດໃຫ້ກິນຫຼາຍຜິດປົກກະຕິ ແບບຄວບຄຸມຕົນເອງບໍ່ໄດ້ ກິນທັງໆທີ່ບໍ່ຫິວ ແລະ ບໍ່ຄິດທີ່ຈະຈຳກັດການກິນເລີຍ ອາດເປັນຜົນມາຈາກອາລົມທີ່ແປປວນ ແລະ ເລືອກການກິນເປັນກາຍລະບາຍຫຼືຜ່ອນນຄາຍອາລົມ ແຕ່ກໍມັກຈະຮູ້ສຶກຜິດເມື່ອເຮັດແບບບນັ້ນລົງໄປ ແລະ ມັກຈະສັນຍາກັບຕົນເອງຕະຫຼອດວ່າຈະບໍ່ເຮັດອີກ ແຕ່ກໍເຮັດບໍ່ໄດ້ຈົນເຮັດໃຫ້ຮູ້ສຶກຜິດຫວັງໃນຕົນເອງ ນຳໄປສູ່ພາວະແຊກຊ້ອນທາງຈິດ ຫຼື ເປັນໂລກຊຶມເສົ້າ ແລະ ບັນຫາສຸຂະພາບອື່ນໆທີ່ຕາມມາ.
3. Bulimia Nervosa ເປັນອາການທີ່ຮູ້ສຶກບໍ່ດີກັບສິ່ງທີ່ກິນລົງໄປ ຫຼື ຮູ້ສຶກກຂີ້ດຽດອາຫານທີ່ກິນ ບວກກັບຄວາມຢ້ານອ້ວນ ຈຶ່ງພະຍາຍາມກຳຈັດອາຫານທີ່ກິນລົງໄປນັ້ນອອກໂດຍການເຮັດໃຫ້ຕົນເອງຮາກອອກມາ ຫຼື ກິນຢາເພື່ອຂັບຖ່າຍ ຫຼື ອອກກຳລັງກາຍຢ່າງຫນັກເພື່ອບໍ່ຢາກໃຫ້ນຳ້ໜັກຂຶ້ນ.
ເຫັນໄດ້ວ່າໂລກນີ້ສາມາດສົ່ງຜົນກະທົບຫຼາຍຢ່າງຕໍ່ຮ່າງກາຍ ແລະ ຈິດໃຈ ພຽງເພາະມາດຕະຖານຄວາມງາມທີ່ສັງຄົມປັດຈຸບັນຕັ້ງຂຶ້ນ ແຕ່ຈື່ໄວ້ວ່າ ຄວາມງາມມັນບໍ່ສຳຄັນເທົ່າສຸຂະພາບຂອງເຈົ້າເອງ ຖ້າເຈົ້າຢາກມີຮູບຮ່າງດີ ກໍເລືອກກິນອາຫານທີ່ມີປະໂຫຍດ ແລະ ອອກກຳລັງກາຍ ແລະທີ່ສຳຄັນ ການບູລີ້ຄົນອື່ນດ້ານຮູບຮ່າງຫນ້າຕາ ຫຼື ດ້ານໃດກໍຕາມມັນເປັນກາຍທຳຮ້າຍທາງກົງ ແລະ ທາງອ້ອມ. ສະນັ້ນແລ້ວ ບໍ່ວ່າເຈົ້າຈະເປັນໃຜ ເຈົ້າຄືໜຶ່ງໃນ 7 ພັນລ້ານຄົນ ເຈົ້າມີຄວາມງາມໃນແບບຂອງເຈົ້າເອງ ແບບທີ່ຄົນອື່ນບໍ່ມີຄືເຈົ້າ ເຈົ້າຄວນພູມໃຈໃນຮູບຮ່າງ ແລະ ຄວາມງາມທີ່ເຈົ້າມີ ບໍ່ຈຳເປັນຕ້ອງປ່ຽນຕົນເອງໃຫ້ຄືຄົນອື່ນ ພຽງແຕ່ເປັນຕົວເອງໃນແບບທີ່ດີທີ່ສຸດກໍພໍ.
โฆษณา