17 พ.ค. 2021 เวลา 00:04 • วิทยาศาสตร์ & เทคโนโลยี
ເດັກສາວໄວ19ທີ່ຈະໄດ້ເປັນມະນຸດຄົນທຳອິດທີ່ຈະໄປດາວອັງຄານ
ຕອນຍັງນ້ອຍຫຼາຍຄົນເຄີຍມີຄວາມຝັນຢາກເປັນຫຍັງແນ່?​ ຄົງມີຫຼາຍຢ່າງແມ່ນບໍ່ ແຕ່ພໍໃຫຍ່ຂຶ້ນມາກໍຮູ້ສຶກວ່າສິ່ງທີ່ຫວັງໄວ້ໃນຄາວຍັງນ້ອຍມັນບໍ່ແມ່ນສິ່ງທີ່ຈະເຮັດໄດ້ງ່າຍໆແມ່ນບໍ່?​ ຄັນຊັ້ນມາຮູ້ຈັກເດັກສາວໄວ19ປີຄົນນີ້.​
Alyssa Carson​ ໄວ19ປີຈາກເມືອງ Baton Rouge ລັດ​ Louisiana ສະຫະລັດອາເມຣິກາ ທີ່ກຳລັງຈະກາຍເປັນນັກບິນອາວະກາດທີ່ມີອາຍຸນ້ອຍທີ່ສຸດຂອງ NASA ນອກນັ້ນນາງຍັງຈະໄດ້ເປັນມະນຸດຄົນທຳອິດທີ່ຈະໄດ້ເດີນທາງໄປດາວອັງຄານອີກດ້ວຍ.​
ນາງເປັນເດັກຄົນຫນຶ່ງທີ່ກຳລັງເດີນທາງເຂົ້າໃກ້ຄວາມຝັນຂອງຕົນເອງທີ່ເຄີຍຝັນໄວ້ວ່ານາງຢາກເປັນນັກບິນອາວະກາດຕັ້ງແຕ່ໄວເດັກພຽງ3ປີ ນາງບອກກັບພໍ່ວ່າ"ພໍ່​ ລູກ​ຢາກເປັນນັກບິນອາວະກາດ ແລະ​ ລູກກໍຢາກຈະໄປເທິງດາວອັງຄານພ້ອມ"​ ໂດຍມີແຮງບັນດານໃຈຈາກກາຕູນເລື່ອງ "The backyardigans" ທີ່ມີເນື້ອຫາກ່ຽວກັບການຜະຈົນໄພໃນຮູບແບບຕ່າງໆ ລວມເຖິງການເດີນທາງໄປດາວອັງຄານ (ກາຕູນບາງເລື່ອງກໍເປັນແຮງບັນດານໃຈໃຫ້ກັບເດັກ>°°<).​
Alyssa ຄິດວ່າເປັນເລື່ອງທີ່ວິເສດຫຼາຍ ແລະ​ຢາກຈະເຮັດໃຫ້ໄດ້ຈັກຄັ້ງໃນຊີວິດ ເປົ້າໝາຍຂອງນາງຄືການເປັນມະນຸດ​ຄົນ​ທຳອິດ​ທີ່​ໄດ້ຂຶ້ນໄປຢຽບເທິງດາວອັງຄານ​ແລະ​ນາງໄດ້ຕັ້ງຄວາມຫວັງໄວ້ວ່າ​ ຈະຕ້ອງເຮັດໃຫ້ໄດ້ພາຍໃນປີ2033 ເຊິ່ງຕອນນັ້ນນາງກໍຈະມີອາຍຸ32ປີ.​
ແຕ່ພໍ່ຂອງນາງທີ່ບໍ່ຄິດວ່າຄວາມຝັນຂອງລູກສາວຕົນເອງເປັນເລື່ອງຕະຫຼົກ,​ໃນປີ2008 ພໍ່ຂອງນາງໄດ້ສະໝັກໃຫ້ນາງເຂົ້າຮ່ວມໃນຄ້າຍອາວະກາດຂອງສະຫະລັດ (The United States Space Camp) ແລະຕາມດ້ວຍຄ້າຍອື່ນໆອີກຫຼາຍຄ້າຍທັງໃນ​ແລະຕ່າງປະເທດ ນັ້ນເຮັດໃຫ້ນາງມີຄວາມໝັ້ນໃຈວ່າຄວາມຝັນຢູ່ບໍ່ໃກເກີນເອື້ອມ ແລະ​ນາງຈຶ່ງໄດ້ມຸ່ງໝັ້ນເຮັດຕາມຄວາມຝັນຕະຫຼອດມາ.​
Alyssa ເປັນຄົນທຳອິດທີ່ໄດ້ເຂົ້າຮ່ວມຄົບທັງ3ຄ້າຍຂອງ NASA ແລະ​ອີກ5ປີຕໍ່ມານາງເປັນຄົນທຳອິດທີ່ໄດ້ພາສປອດຈາກNasa ເພາະນາງໄດ້ເຂົ້າຊົມສູນອາວະກາດທັງ14ແຫ່ງ.​
ຕາມຫຼັກແລ້ວຄົນທີ່ຈະໄດ້ເປັນນັກບິນອາວະກາດຂອງ NASA ນັ້ນຕ້ອງມີອາຍຸ18ປີ ນາງໄດ້ຖືກສົົ່ງໃຫ້ເຂົ້າຮ່ວມໂຄງການ​Possum ເພື່ອເຝິກການເປັນນັກບິນອາວະກາດຕອນອາຍຸ17ປີ ເຊິ່ງນາງໄດ້ເປັນຄົນທີ່ອາຍຸນ້ອຍທີ່ສຸດທີ່ໄດ້ເຂົ້າຮ່ວມໂຄງການນີ້.​
ນອກຈາກການເຝິກຝົນແລ້ວ ນາງຍັງຕ້ອງເຂົ້າໂຮງຮຽນຕາມປົກກະຕິໂດຍຮຽນວິຊາຕ່າງໆເຖິງ4ພາສາ:ອັງກິດ,​ຈີນ,​ຝຣັ່ງແລະສະເປນ.​ເຊິ່ງຖືວ່າເປັນຫນ້າທີ່ຫນັກສົມຄວນ ນາງຍັງໄດ້ກ່າວອີກວ່າ"ມັນເປັນເລື່ອງທີ່ທີ່ທ້າທາຍຫຼາຍເພາະນາງຕ້ອງເຮັດຫນ້າທີ່ທຸກຢ່າງໃຫ້ອອກມາດີທີ່ສຸດ"​
ປັດຈຸບັນ​Alyssa ຍັງໄດ້ຕັ້ງອົງກອນ Blueberry ຕາມລະຫັດຊື່ຂອງນາງທີ່ມີເປົ້າໝາຍສົ່ງເສີມໃຫ້ເດັກນ້ອຍເຮັດຕາມຄວາມຝັັນຂອງຕົນເອງໃຫ້ສຳເລັດ.​
ທຸກຄົນສາມາດເຂົ້າໄປຕິດຕາມ instragram​ ຂອງນາງໄດ້ທີ່​nasabluerry
ທີ່ມາ lifebuzz,​boredpanda
โฆษณา