19 มิ.ย. 2021 เวลา 09:40 • วิทยาศาสตร์ & เทคโนโลยี
Kids these days effect ເຫດຜົນທີ່ຜູ້ໃຫຍ່ບໍ່ເຂົ້າໃຈຄວາມຄິດຂອງເດັກສະໄໝນີ້ ແລະ ມັກຈົ່ມວ່າ “ເດັກສະໄໝນີ້…”
“ເດັກສະໄໝນີ້ ຈັ່ງແມ່ນເວົ້າບໍ່ຟັງຄວາມ”
“ນັກຮຽນສະໄໝນີ້ ບໍ່ຕັ້ງໃຈຮຽນຄືແຕ່ກ່ອນ”
“ໄວລຸ້ນດຽວນີ້ ຈັ່ງແມ່ນບໍ່ມີມາລະຍາດ​”  ຯລຯ
ຫຼາຍຄົນຄົງເຄີຍໄດ້ຍິນຄຳເວົ້າແບບນີ້ຈາກຜູ້ໃຫຍ່ທີ່ຮູ້ຈັກ ຫຼື ໃນໂຊຊ້ຽວມີເດຍ ລວມເຖິງ​ຜູ້ໃຫຍ່ເອງຄົງເຄີຍເວົ້າແບບນີ້ໃຫ້ເດັກເຊັ່ນກັນ.​ ເຊິ່ງຄຳເວົ້າເຫຼົ່ານີ້ມີລັກສະນະປຽບທຽບລະຫວ່າງ ເດັກສະໄໝນີ້ ກັບ ສະໄໝກ່ອນ.
ເດັກສະໄໝນີ້ ບໍ່ດີເທົ່າ ຄົນຮຸ່ນກ່ອນ,​ບໍ່ມີຄວາມເຄົາລົບຕໍ່ຜູ້ໃຫຍ່,​ຂີ້ຄ້ານ, ບໍ່ມີຄວາມອົດທົນ,​ສະໄໝກ່ອນ ລຳບາກກ່ວານີ້ຕັ້ງຫຼາຍເທົ່າ ແລະ ຍັງມັກປຽບທຽບອີກຫຼາຍໆດ້ານ (ຄົງເຄີຍໄດ້ຍິນພໍ່ແມ່ເລົ່າເລື່ອງຄວາມລຳບາກຂອງພວກເພິ່ນໃນການໄປໂຮງຮຽນໃຫ້ຟັງເນາະ).​
ຄວາມຈິງ ຜູ້ໃຫຍ່ເອງ ສະໄໝ​ທີ່ພວກເຂົາເປັນເດັກ ພວກເຂົາກໍຖືກເວົ້າໃຫ້ລັກສະນະນີ້ຄືກັນ.​ ແລ້ວເປັນຫຍັງຜູ້ໃຫຍ່ຍັງມາເວົ້າໃຫ້ເຮົາ?​ ແທນທີ່ພວກເຂົາຈະເຂົ້າໃຈ ເພາະພວກເຂົາກໍເຄີຍເປັນເດັກ.​
ກ່ອນອື່ນຕ້ອງມາທຳຄວາມເຂົ້າໃຈກ່ອນວ່າ ໂລກເຮົາປ່ຽນແປງທຸກໆມື້ ເຖິງວ່າເຮົາຈະບໍ່ເຫັນການປ່ຽນແປງໃນແຕ່ລະມື້ ແຕ່ເມື່ອມອງຍ້ອນກັບໄປ ເຮົາຈະເຫັນວ່າໂລກມັນປ່ຽນໄປຫຼາຍ.​ ວິຖີຊີວິດຂອງຄົນແຕ່ກ່ອນກັບຄົນຍຸກປັດຈຸບັນ ແຕກຕ່າງກັນຫຼາຍ,ສະພາບເສດຖະກິດ ສັງຄົມ,​ເຕັກໂນໂລຊີ,​ການອຳນວຍຄວາມສະດວກໃນດ້ານຕ່າງໆ ເຮັດໃຫ້ຄວາມຄິດຂອງຄົນຮຸ່ນໃໝ່ (ໂດຍສະເພາະ​ ຄົນ Generation Z) ແຕກຕ່າງຈາກຄົນຮຸ່ນກ່ອນ.​
ໄດ້ມີການວິໄຈເລື່ອງ “ເດັກສະໄໝນີ້​” ຫຼື “Kids these days” ຂອງນັກຈິດຕະວິທະຍາ John Protzko ແລະ Jonathan Schooler ຈາກ University of California Santa Barbara ເຊິ່ງມຸ່ງເນັ້ນເພື່ອຫາຄຳຕອບວ່າ ແມ່ນຫຍັງທີ່ເຮັດໃຫ້ຜູ້ໃຫຍ່ ຄິດວ່າເດັກສະໄໝນີ້ ບໍ່ດີເທົ່າສະໄໝກ່ອນ.
ເຊິ່ງຜົນຈາກການສອບຖາມ ແລະ ສຳຫຼວດ​ຜູ້ໃຫຍ່ລະຫວ່າງ 31-55ປີ ຈຳນວນ​ 3.​458 ຄົນ ພາຍໃຕ້ 3 ຫົວຂໍ້ ຄື: ການເຄົາລົບຜູ້ໃຫຍ່,​ຄວາມສະຫຼາດ​ ແລະ ຄວາມມັກໃນການອ່ານຫນັງສື ພົບວ່າ ຜູ້ໃຫຍ່ທີ່ມີຄວາມມັກໃນອຳນາດຜະເດັດການສູງ ຄິດວ່າເດັກສະໄໝນີ້ມີຄວາມເຄົາລົບຜູ້ໃຫຍ່ໜ້ອຍລົງ ຜູ້ທີ່ສະຫຼາດ ກໍຄິດວ່າເດັກສະໄໝນີ້ບໍ່ສະຫຼາດເທົ່າພວກເຂົາ ສ່ວນຜູ້ທີ່ມັກອ່ານຫນັງສື ກໍຄິດວ່າເດັກສະໄໝນີ້ບໍ່ມັກອ່ານຫນັງສື.​
ຈາກການວິໄຈນີ້ John ແລະ Jonathan ກໍໄດ້ພົບວ່າ ທີ່ຜູ້ໃຫຍ່ ມີອະຄະຕິກັບເດັກສະໄໝນີ້ ເກີດຈາກສອງປັດໄຈຄື:
1.ການທີ່ຜູ້ໃຫຍ່ມີຄວາມບ່ຽງເບນທາງດ້ານຄວາມຊົງຈຳ(Memory Bias).
ຄົນເຮົາມັກຈະຄິດວ່າ ເຮົາຈົດຈຳສິ່ງທີ່ເກີດຂຶ້ນໃນອະດີດໄດ້ດີ ແຕ່ຄວາມຈິງບໍ່ແມ່ນເລີຍ.ຄວາມຊົງຈຳຂອງເຮົາມັກຈະຖືກແທນທີ່ໂດຍການເປັນຢູ່ໃນປັດຈຸບັນໂດຍບໍ່ຮູ້ຕົວ.​ ເຊັ່ນ ຄົນທີ່ມັກອ່ານຫນັງສືໃນຕອນນີ້ ອາດຈະຄິດວ່າຕອນທີ່ພວກເຂົາຍັງເປັນເດັກ ພວກເຂົາກໍມັກອ່ານ ເຊິ່ງມັນອາດຈະບໍ່ເປັນຄວາມຈິງ ແລ້ວພວກເຂົາອາດຈະປຽບທຽບຄວາມຊົງຈຳໃນໄວເດັກນັ້ນ ກັບ ເດັກ​ໃນປັດຈຸບັນ​ແລ້ວຄິດວ່າເດັກສະໄໝນີ້ ບໍ່ດີເທົ່າພວກເຂົາ.​
2.ການທີ່ຜູ້ໃຫຍ່ຄິດວ່າຄົນອື່ນບໍ່ດີເທົ່າພວກເຂົາໃນສິ່ງທີ່ພວກເຂົາເຮັດໄດ້ດີ.
ຜູ້ໃຫຍ່ບາງຄົນມັກຈະປຽບທຽບດ້ານດີຂອງຄົນເອງ ກັບຄົນອື່ນໂດຍສະເພາະ ກັບຄົນທີ່ບໍ່ເກັ່ງເທົ່າພວກເຂົາ ເພື່ອເຮັດໃຫ້ຕົນເອງຮູ້ສຶກດີ ຮູ້ສຶກວ່າເໜືອກວ່າ,​ພວກເຂົາຈະເຊື່ອວ່າຕົນເອງເກັ່ງກວ່າ ແລະ ປະຕິເສດທີ່ຈະຍອມຮັບວ່າຄົນອື່ນກໍມີດີໃນດ້ານອື່ນ ພຽງແຕ່ເຮັດບໍ່ໄດ້ດີໃນສິ່ງທີ່ພວກເຂົາເຮັດໄດ້ດີ.​ຍົກຕົວຢ່າງເຊັ່ນ ຜູ່ໃຫຍ່ທີ່ມີລະດັບສະຕິປັນຍາສູງ ມີແນວໂນ້ມທີ່ຈະຄິດວ່າ ຄົນອື່ນສະຫຼາດໜ້ອຍກວ່າພວກເຂົາ ເຖິງຈະເປັນຜູ້ໃຫຍ່ດ້ວຍກັນ ຫຼື ເດັກກໍຕາມ.​
ສະຫຼຸບ​ກໍຄື ຜູ້ໃຫຍ່​ສະໄໝ​ນີ້ເອງກໍເຄີຍເປັນເດັກທີ່ຖືກເວົ້າໃຫ້ຄືກັນ ແລະ ຜູ້ໃຫຍ່ໃນອະນາຄົດກໍຄືເດັກສະໄໝນີ້ ກໍຈະເຫັນເດັກໃນວັນຂ້າງຫນ້າ ຄືກັບທີ່ຜູ້ໃຫຍ່ເຫັນເຮົາໃນປັດຈຸບັນ.​ແຕ່ເຖິງຢ່າງໃດກໍຕາມເຮົາກໍຕ້ອງກັບມາໄຕ່ຕອງຄວາມຄິດ ແລະ ຄວາມຊົງຈຳ​ຂອງເຮົາກັນໃໝ່ ເພື່ອລະມັດລະວັງ ແລະ ຫຼີກລ່ຽງຄຳເວົ້າທີ່ສະແດງເຖິງອະຄະຕິທີ່ມີຕໍ່ເດັກ ເພາະ​ເຮົາກໍຄົງບໍ່ຢາກໃຫ້ຄຳເວົ້າບໍ່ດີເຫຼົ່ານັ້ນເປັນແຜໃນໃຈຂອງເດັກ ຄືກັບທີ່ເຮົາເຄີຍເປັນ.​
ທີ່ມາ: The ‘kids these days’ effect – THE STANDARD" https://thestandard.co/the-kids-these-days-effect/
โฆษณา