15 ธ.ค. 2021 เวลา 00:00 • ท่องเที่ยว
ພະຍາກອນອາກາດ ວັນທີ 14/12/2021
ເວລາ 19:00 ໂມງ 19:00 ໂມງ ວັນທີ 15/12/2021
ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາ ລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກ- ຕາເວັນອອກ ສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດເຢັນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງໜາວເຢັນ ຫາ ໜາວເຢັນຫລາຍຢູ່ແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນ ຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.
-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນ ລະຫວ່າງ 08-20 ອົງສາ.
-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ພ້ອມມີໝອກໜາ ປົກຫຸ້ມຢູ່ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 12-30 ອົງສາ.
-ນະຄອນຫລວງວຽງຈັນ: ອາກາດເຢັນ ແລະ ຈະມີລົມພັດແຮງເປັນບາງ ໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 17-31 ອົງສາ.
-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີ ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 12-30 ອົງສາ.
-ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ. ອຸນຫະພູມໃນລະຫວ່າງ 06-26 ອົງສາ.
ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 18-32 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 11-24 ອົງສາ.
ພະຍາກອນອາກາດ ປະຈຳວັນທີ 14/12/2021
โฆษณา