21 ก.ย. 2022 เวลา 01:29 • การศึกษา
ກິຈທີ່ຮີບດ່ວນຂອງພິກຂຸ
ພິກຂຸທັງຫລາຍ! ກິຈທີ່ຮີບດ່ວນຂອງຄະຫະບໍດີຊາວນາທີ່ຄວນກະທຳ ໓ ຢ່າງນີ້, ໓ ຢ່າງເປັນຢ່າງໃດ?
ພິກຂຸທັງຫລາຍ! ຄະຫະບໍດີຊາວນາໃນໂລກນີ້ ຕ້ອງຟ້າວເລັ່ງໄຖນາໃຫ້ດີ ຄາດນາໃຫ້ຮຽບຮ້ອຍ ຄັນແລ້ວຕ້ອງຟ້າວເພາະພືຊລົງໄປ ຄັນແລ້ວຟ້າວໄຂເອົານ້ຳເຂົ້າແດ່ ລະບາຍເອົານ້ຳອອກແດ່. ພິກຂຸທັງຫລາຍ ກິຈທີ່ຮີບດ່ວນຂອງຄະຫະບໍດີຊາວນາທີ່ຄວນກະທຳ ໓ ຢ່າງນີ້ແລ.
ພິກຂຸທັງຫລາຍ! ຄະຫະບໍດີຊາວນານັ້ນ ບໍ່ມີລິທທ໌ຫລືອານຸ ພາບບັນດາລວ່າ ເຂົ້າເປືອກຂອງເຮົາຈົ່ງເກີດໃນວັນນີ້, ມື້ອື່ນນີ້ຈົ່ງມານ, ມື້ຮືນີ້ຈົ່ງຫຸງໄດ້. ພິກຂຸທັງຫລາຍ ໂດຍແທ້ແລ້ວ ສມັຍທີ່ເຂົ້າເປືອກຂອງຄະຫະບໍດີຊາວນານັ້ນມີຄວາມເປັນໄປຕາມລະດູ ເກີດຂຶ້ນ ມານ ແລະຫຸງໄດ້ມີຢູ່ ສັນໃດ;
ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກິຈທີ່ຮີບດ່ວນຂອງພິກຂຸທີ່ຄວນກະທຳ ໓ ຢ່າງນີ້, ໓ ຢ່າງເປັນຢ່າງໃດ? ຄື:
ກາຣສະມາທານອະທິສີລະສິກຂາ,
ກາຣສະມາທານອະທິຈິຕຕະສິກຂາ,
ກາຣສະມາທານອະທິປັນຍາສິກຂາ,
ພິກຂຸທັງຫລາຍ! ກິຈທີ່ຮີບດ່ວນຂອງພິກຂຸທີ່ຄວນກະທຳ ໓ ຢ່າງນີ້ແລ.
ພິກຂຸທັງຫລາຍ! ພິກຂຸນັ້ນ ບໍ່ມີລິທທ໌ຫລືອານຸພາບບັນດາລວ່າ ຈິຕຂອງເຮົາຈົ່ງຫລຸດພົ້ນຈາກອາສະວະທັງຫລາຍເພາະບໍ່ຖືໝັ້ນໃນວັນນີ້ແຫລະ ຫລືບໍ່ກໍມື້ອື່ນນີ້ ຫລືໃນມື້ຮືນີ້. ພິກຂຸທັງຫລາຍ ໂດຍແທ້ແລ້ວ ສມັຍທີ່ຈິຕຂອງພິກຂຸຜູ້ສຶກສາອະທິສີລະສິກຂາ ສຶກສາອະທິຈິຕຕະສິກຂາ ສຶກສາອະທິປັນຍາສິກຂາຢູ່ ຍ່ອມ ຫລຸດພົ້ນຈາກອາສະວະທັງຫລາຍເພາະບໍ່ຖືໝັ້ນມີຢູ່.
ພິກຂຸທັງຫລາຍ! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນກາຣສະມາທານອະທິສີລະສິກຂາ, ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນກາຣສະມາທານອະທິຈິຕຕະສິກຂາ, ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນກາຣສະມາທານອະທິປັນຍາສິກຂາ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ແລ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໒໒໙/໕໓໒
โฆษณา