22 ก.ย. 2022 เวลา 11:20 • การศึกษา
ພິກຂຸປະກອບດ້ວຍທັມ ໖ ປະກາຣ ຍ່ອມຫວັງໄດ້ຄວາມເສື່ອມໃນກຸສົລທັມທັງຫລາຍຢ່າງດຽວ ບໍ່ຫວັງໄດ້ຄວາມຈະເຣີນເລີຍ ຕລອດຄືນຫລືວັນທີ່ຜ່ານໄປ
ພິກຂຸທັງຫລາຍ! ພິກຂຸປະກອບດ້ວຍທັມ ໖ ປະກາຣ ຍ່ອມຫວັງໄດ້ຄວາມເສື່ອມໃນກຸສົລທັມທັງຫລາຍຢ່າງດຽວ ບໍ່ຫວັງໄດ້ຄວາມຈະເຣີນເລີຍ ຕລອດຄືນຫລືວັນທີ່ຜ່ານໄປ. ທັມ ໖ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມັກມາກ, ມີຄວາມຄັບແຄ້ນໃຈ, ບໍ່ສັນໂດດດ້ວຍຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້ (ອິທະ ພິກຂະເວ ພິກຂຸ ມະຫິຈໂສ ໂຫຕິ ວິຄາຕະວາ ອະສັນຕຸຕໂຖ ອິຕະຣິຕະຣະຈີວະຣະປິນຕະປາຕະເສນາສະນະຄິລານະປັຈຈະຍະເພສັຊຊະປະຣິກຂາເຣນະ),
ເປັນຜູ້ບໍ່ມີສັທທາ (ອະສັທໂທ ໂຫຕິ),
ເປັນຜູ້ທຸສີລ (ທຸສສິໂລ ໂຫຕິ),
ເປັນຜູ້ກຽດຄ້ານ (ກຸສີໂຕ ໂຫຕິ),
ເປັນຜູ້ມີສະຕິຫລົງລືມ (ມຸຕຖັສສະຕິ ໂຫຕິ),
ເປັນຜູ້ມີປັນຍາຊາມ (ທຸປປັນໂຍ ໂຫຕິ).
ພິກຂຸທັງຫລາຍ! ພິກຂຸປະກອບດ້ວຍທັມ ໖ ປະກາຣນີ້ແລ ຍ່ອມຫວັງໄດ້ຄວາມເສື່ອມໃນກຸສົລທັມທັງຫລາຍຢ່າງດຽວ ບໍ່ຫວັງໄດ້ຄວາມຈະເຣີນເລີຍ ຕລອດຄືນຫລືວັນທີ່ຜ່ານໄປ.
ພິກຂຸທັງຫລາຍ! ພິກຂຸປະກອບດ້ວຍທັມ ໖ ປະກາຣ ຍ່ອມຫວັງໄດ້ຄວາມຈະເຣີນໃນກຸສົລທັມທັງຫລາຍຢ່າງດຽວ ບໍ່ຫວັງໄດ້ຄວາມເສື່ອມເລີຍ ຕລອດຄືນຫລືວັນທີ່ຜ່ານໄປ. ທັມ ໖ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ບໍ່ມັກມາກ, ບໍ່ມີຄວາມຄັບແຄ້ນໃຈ, ສັນໂດດດ້ວຍຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້ (ອິທະ ພິກຂະເວ ພິກຂຸ ນະ ມະຫິຈໂສ ໂຫຕິ ນະ ວິຄາຕະວາ ສັນຕຸຕໂຖ ອິຕະຣິຕະຣະຈີວະຣະປິນຕະປາຕະເສນາສະນະຄິລານະປັຈຈະຍະເພສັຊຊະປະຣິກຂາເຣນະ),
ເປັນຜູ້ມີສັທທາ (ສັທໂທ ໂຫຕິ),
ເປັນຜູ້ມີສີລ (ສີລະວາ ໂຫຕິ),
ເປັນຜູ້ປຣາຣົພຄວາມພຽນ (ອາຣັທທະວິຣິໂຍ ໂຫຕິ),
ເປັນຜູ້ມີສະຕິ (ສະຕິມາ ໂຫຕິ),
ເປັນຜູ້ມີປັນຍາ (ປັນຍະວາ ໂຫຕິ).
ພິກຂຸທັງຫລາຍ! ພິກຂຸປະກອບດ້ວຍທັມ ໖ ປະກາຣນີ້ແລ ຍ່ອມຫວັງໄດ້ຄວາມຈະເຣີນໃນກຸສົລທັມທັງຫລາຍຢ່າງດຽວ ບໍ່ຫວັງໄດ້ຄວາມເສື່ອມເລີຍ ຕລອດຄືນຫລືວັນທີ່ຜ່ານໄປ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໓໘໗/໓໕໕
โฆษณา